ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ຫຼັກໝາຍຊາຍແດນຈໍາລອງທີ່ ໂຮງຮຽນທະຫານຊາຍແດນ 712


     ວັນທີ 10 ມັງກອນ 2024, ທີ່ໂຮງຮຽນທະຫານຊາຍແດນ 712 ໄດ້ມອບ-ຮັບ ຫຼັກໝາຍຊາຍແດນຈໍາລອງ ຂຶ້ນລະຫວ່າງ ກະຊວງການ
ຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ
ແລະ ທ່ານ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ, ໂດຍມີຜູ້ຕາງໜ້າຈາກພາກ
ສ່ວນທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ຜູ້ຕາງໜ້າແຂວງບໍລິຄໍາໄຊ ເຂົ້າຮ່ວມ.

     ການກໍ່ສ້າງຫຼັກໝາຍຊາຍແດນຈໍາລອງດັ່ງກ່າວ ແມ່ນເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ ກ່ຽວກັບວຽກງານຄຸ້ມຄອງຊາຍແດນ ໃນ
ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃຫ້ພະນັກງານ-ນັກຮົບ ທີ່ມາສຶກສາຮໍ່າຮຽນຢູ່ ໂຮງຮຽນທະຫານຊາຍແດນ 712 ນອກຈາກນັ້ນ
ກໍຍັງເປັນການເຜີຍແຜ່ໃຫ້ຜູ້ທີ່ມີຄວາມສົນໃຈຢູ່ໃນສັງຄົມເຫັນໄດ້ຫຼັກໝາຍຊາຍແດນຈໍາລອງ ທີ່ມີຂະໜາດ ແລະ ຮູບແບບຄື ແລະ ເທົ່າກັບ
ຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງ. ການກໍ່ສ້າງນີ້ໄດ້ກໍ່ສ້າງຫຼັກໝາຍຊາຍແດນຈໍາລອງຂອງ 05 ປະເທດ ທີ່ມີຊາຍແດນຮ່ວມກັບ ສປປ ລາວ
(ສສ ຫວຽດນາມ, ສປ ຈີນ, ຣາຊາອະນາຈັກກໍາປູເຈຍ, ສສ ມຽນມາ ແລະ ຣາຊາອະນາຈັກໄທ), ຊຶ່ງຫຼັກໝາຍດັ່ງກ່າວຫຼໍ່ດ້ວຍເບຕົງເສີມ
ເຫຼັກ-ທາສີ ພ້ອມດ້ວຍຕິດເຄື່ອງໝາຍກາຊາດ, ຕົວໜັງສື ແລະ ສັນຍາລັກຕ່າງໆ ໃສ່ຕາມແບບສະເພາະຂອງແຕ່ລະຫຼັກໝາຍຊາຍແດນຂອງ
ສປປ ລາວ ກັບບັນດາປະເທດ ທີ່ມີຊາຍແດນຕິດຈອດລວມຈໍານວນຫຼັກໝາຍຈໍາລອງທີ່ກໍ່ສ້າງທັງໝົດ 11 ຫຼັກໝາຍ.

     ໃນພິທີ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ການນໍາກະຊວງການຕ່າງປະເທດ ມອບ
ຫຼັກໝາຍຈໍານວນດັ່ງກ່າວໃຫ້ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໄດ້ມອບຕໍ່ໃຫ້ກົມທະຫານຊາຍແດນ ຈາກນັ້ນກົມ
ທະຫານຊາຍແດນ ໄດ້ມອບໃຫ້ໂຮງຮຽນທະຫານຊາຍແດນ 712 ໂດຍມີຜູ້ຕ່າງໜ້າຈາກກົມກ່ຽວຂ້ອງຂອງສອງກະຊວງ ແລະ ຕາງໜ້າຂອງ
ແຂວງບໍລິຄໍາໄຊ ເຂົ້າຮ່ວມເປັນສັກຂີພິຍານ. ໂອກາດດຽວກັນ ການນໍາຂອງກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ຜູ້ຕາງໜ້າ
ຂອງແຂວງບໍລິຄໍາໄຊ ແລະ ຜູ້ເຂົ້າຮ່ວມພິທີກໍໄດ້ເຄື່ອນໄຫວຢ້ຽມຢາມຫ້ອງຮຽນ, ເຮືອນນອນນັກ ຮຽນ, ເຮືອນຄົວນັກຮຽນ ແລະ ໂຮງໝໍ
10 ຕຽງຂອງໂຮງຮຽນ ອີກດ້ວຍ.

ແຫຼ່ງຂ່າວໂດຍ ນ. ກັນຫາ ແສນສຸວັນ
ວັນທີ 12/01/2024